ຫຼວງພະບາງ ມີຄວາມພ້ອມເປີດປີທ່ອງທ່ຽວລາວ  2024 

ຫຼວງພະບາງ ມີຄວາມພ້ອມເປີດປີທ່ອງທ່ຽວລາວ  2024 
ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງໃນວັນທີ 11 ມັງກອນ ນີ້ວ່າ: ການກຽມຄວາມພ້ອມ ເປີດປີທ່ອງທ່ຽວລາວ 2024 ແລະງານສະເຫຼີມສະຫຼອງ ຫຼວງພະບາງ ເຂົ້າເປັນເມືອງມໍຣະດົກໂລກ ຄົບຮອບ 28 ປີ ໃນຄັ້ງນີ້ ໂດຍອີງໃສ່ສະພາບເງື່ອນໄຂຈຸດພິເສດ ແລະ ທ່າແຮງ ອັນໂດດເດັ່ນ, ການນໍາຂອງແຂວງ ເຫັນໄດ້ຄວາມສໍາຄັນ ຊຶ່ງໄດ້ກໍານົດແຜນຍຸດທະສາດຂອງແຂວງ ໂດຍຖືເອົາວຽກງານການທ່ອງທ່ຽວ ເປັນບຸລິມະສິດອັນດັບໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນການສ້າງຫຼວງພະບາງ ເປັນສູນກາງການທ່ອງທ່ຽວ ທາງພາກເໜືອ ຂອງ ສປປ ລາວ ທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ, ເປັນໃຈກາງທາງດ້ານການສຶກສາ ແລະ ສາທາລະນະສຸກ, ເປັນຈຸດພັກເຊົ່າທີ່ມີການບໍລິການແບບຄົບວົງຈອນ ແລະ ມີທາງຜ່ານໄປສູ່ບັນດາແຂວງພາກເໜືອຂອງລາວ ແລະ ອະນຸພາກພື້ນ, ເພື່ອເປັນການສົ່ງເສີມ, ໂຄສະນາ ແລະ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວຫຼວງພະບາງຫຼາຍຂຶ້ນ. 
ສໍາລັບບັນດາກິດຈະກໍາ ທີ່ຈະຈັດຕັ້ງປະຕິບັດປີທ່ອງທ່ຽວ2024 ປະກອບມີ 9 ແຜນງານ 41 ກິດຈະກຳ. ໃນນີ້, ກິດຈະກໍາຫຼັກທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວມີທັງໝົດ 7 ກິດຈະກໍາ ແລະ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຕ່າງໆຕະຫຼອດປີ 2024 ໃຫ້ສຳເລັດ. ແຂວງຫຼວງພະບາງມີຈຸດພິເສດ ແລະ ຄວາມໂດດເດັ່ນ ທາງດ້ານສະຖາປັດຕະຍະກໍາ, ດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ຂອງຫຼວງພະບາງ ບວກກັບແນວທາງການພັດທະນາ, ປັບປຸງ, ສົ່ງເສີມວຽກງານການທ່ອງທ່ຽວ, ຄຸນະພາບຂອງການບໍລິການ ແລະ ປົກປັກຮັກສາທາງດ້ານມໍຣະດົກ ໃຫ້ຄົງຄຸນຄ່າ ຂອງຫຼວງພະບາງ. ດັ່ງນັ້ນ, ອົງການອຸຍແນັດສະໂກ ຈຶ່ງໄດ້ຮັບຮອງເອົາແຂວງຫຼວງພະບາງ ເຂົ້າເປັນມໍຣະດົກໂລກ ໃນວັນທີ 9 ທັນວາ 1995. ທ່ານ ຮອງເຈົ້າແຂວງຫຼວງພະບາງ ຍັງໄດ້ເຊີນມາຍັງບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ຜູ້ປະກອບການ ທຸລະກິດການທ່ອງທ່ຽວ, ອົງການປົກຄອງບ້ານ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມທ່ຽວຊົມບັນດາກິດຈະກໍາສະຫຼອງແຂວງຫຼວງພະບາງ ເຂົ້າເປັນມໍຣະດົກໂລກ ທີ່ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ມັງກອນ 2024 ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ.
ຂ່າວ-ພາບ: ຈໍາປາ

ຄໍາເຫັນ

ຂ່າວທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ຍົກລະດັບນໍ້າຕົກຕາດແກ້ງຍຸຍເມືອງວັງວຽງເປັນຈຸດໝາຍປາຍທາງການທ່ອງທ່ຽວ

ພິທີເຊັນສັນຍາການບໍລິການແລະບໍລິຫານຄຸ້ມຄອງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ “ສະຖານທີ່ທ່ອງທ່ຽວນໍ້າຕົກຕາດແກ້ງຍຸຍ” ໄດ້ຈັດຂຶ້ນໃນວັນທີ 11 ພະຈິກນີ້, ທີ່ເມືອງວັງວຽງແຂວງວຽງຈັນໃຫ້ກຽດເປັນປະທານຮ່ວມຂອງທ່ານນາງດາລານີພົມມະວົງສາຮອງລັດຖະມົນຕີກະຊວງວັດທະນະທໍາແລະການທ່ອງທ່ຽວ (ວທ), ມີທ່ານນາງJingmin Huang ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳສປປລາວ (ຜູ້ໃໝ່) ແລະທ່ານສຸວຽງທອງວົງຈຳປາປະທານຄະນະກຳມະການປົກຄອງເມືອງວັງວຽງ. ຮ່ວມລົງນາມຂອງທ່ານອັດສະຍາໃສມະນີວັນຫົວໜ້າຫ້ອງການວທ ເມືອງວັງວຽງແລະທ່ານບຸນພັນວົງສຳພັນຜູ້ອຳນວຍການບໍລິສັດທ່ອງທ່ຽວວັນເດີຟູນລາວຈຳກັດ.
ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ທະນາຄານພັດທະນາອາຊີ ສະໜັບສະໜູນວຽກງານທ່ອງທ່ຽວແຂວງຈຳປາສັກໄດ້ຮັບການພັດທະນາ

ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 (The Second Greater Mekong Subregion Tourism Infratructure for Inclusive Growth Project) ໂດຍໄດ້ຮັບການສະໜັບສະໜູນທຶນຈາກທະນາຄານພັດທະນາອາຊີ (ADB) ເຮັດໃຫ້ເຂດທ່ອງທ່ຽວປະຫວັດສາດມະຫານາທີສີທັນດອນ ບ້ານດອນເດດ-ດອນຄອນ ຈາກຖະໜົນດິນແດງ ລໍາບາກໃນການໄປມາຂອງປະຊາຊົນ ແລະ ແຂກທີ່ມາທ່ອງທ່ຽວ, ປັດຈຸບັນ ມີຖະໜົນຄອນກຣີດທີ່ສະດວກສະບາຍຫຼາຍຂຶ້ນກ່ວາເກົ່າ.
ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ໍານໍ້າລອດ ພ້ອມຕ້ອນຮັບທຸກໆທ່ານ ມາສໍາຜັດກັບຄວາມງົດງາມທາງທຳມະຊາດ

ຖ້ຳນ້ຳລອດ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ແລະ ມີຄວາມສຳຄັນທາງປະຫວັດສາດ ໃນການເປັນຖານທີ່ໝັ້ນປົກປ້ອງຊາດໃນອາດີດ ຕັ້ງຢູ່ບ້ານປ່າກ້ວຍດົງ ເມືອງໄຊບົວທອງ ແຂວງຄໍາມ່ວນ, ປັດຈຸບັນກໍາລັງຢູ່ໃນໄລຍະເລີ່ມຕົ້ນການພັດທະນາ ແລະ ປັບປຸງສະຖານທີ່ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາສໍາຜັດກັບຄວາມງົດງາມທາງທຳມະຊາດແບບດັ້ງເດີມ.
ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ນາກະສັງ, ດອນເດດ-ດອນຄອນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ຫາກເວົ້າຄວາມແຕກຕ່າງລະຫວ່າງເສັ້ນທາງໃນເມື່ອກ່ອນກັບປັດຈຸບັນແມ່ນມີຄວາມແຕກຕ່າງກັນຫຼາຍທີ່ສຸດ ກ່ອນນັ້ນ ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວໃນເຂດມະຫານາທີສີທັນດອນ ໂດຍສະເພາະໃນລະດູຝົນ ຕ້ອງພົບກັບຄວາມຫຍຸ້ງຍາກກັບຖະໜົນດິນແດງ ທີ່ເປັນຂຸມ, ເປັນຄື້ນ, ມີຂີ້ຕົມອື່ນໆ. ການເດີນທາງພົບຄວາມລໍາບາກຫຼາຍ. ພາຍຫຼັງບ້ານໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ໃນການຊ່ວຍປັບປຸງເສັ້ນທາງ ຊຶ່ງມີໄລຍະ 20 ກວ່າກິໂລແມັດ ພ້ອມທັງໄດ້ປັບປຸງທ່າເຮືອໂດຍສານ, ເດີ່ນຈອດລົດ ແລະ ສະຖານທີ່ອໍານວຍຄວາມສະດວກອື່ນໆ ເຫັນວ່າມີຜົນຕອບຮັບເກີນຄາດ, ເຮັດໃຫ້ປະຊາຊົນ, ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ແລະ ສະມາຄົມລົດນໍາທ່ຽວຊຸມຊົນຂອງປະຊາຊົນ; ຍົກລະດັບວຽກງານການບໍລິການເປັນຢ່າງດີ ປະຊາຊົນມີຄວາມດີໃຈທີ່ສຸດ ແລະ ໄດ້ພ້ອມກັນບົວລະບັດຮັກສາໂດຍການອະນາໄມຕາມເສັ້ນທາງດັ່ງກ່າວ ໃຫ້ມີຄວາມສະອາດສວຍງາມ ນໍາໃຊ້ຢ່າງຍືນຍົງ.
ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ  ສົ່ງເສີມການທ່ອງທ່ຽວ

ມອບ-ຮັບ ໂຄງການຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກ ສົ່ງເສີມການທ່ອງທ່ຽວ

ວັນທີ 3 ພະຈິກຜ່ານມາ, ແຂວງຄໍາມ່ວນ ຈັດພິທີມອບ-ຮັບຊົ່ວຄາວ ໂຄງການປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍຣະດົກຕົວເມືອງ ພາຍໃຕ້ໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 (GMS4) ທີ່ສູນຂໍ້ມູນຂ່າວສານການທ່ອງທ່ຽວໂອດັອບ ໂດຍມີທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງ ເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ, ການນໍາເມືອງທ່າແຂກ ແລະ ແຂກຖຶກເຊີນເຂົ້າຮ່ວມ.
8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

8 ເດືອນ ສປປ ລາວ ຕ້ອນຮັບນັກທ່ອງທ່ຽວສາກົນ 3 ລ້ານກວ່າຄົນ

ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບທະນາຄານໂລກປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ວິເຄາະສະພາບການທ່ອງທ່ຽວຂອງລາວ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະ ສ້າງວຽກເຮັດງານທຳແບບຍືນຍົງ ຈັດຂຶ້ນໃນວັນທີ 3 ພະຈິກນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ ແລະ ທ່ານ ຄວິມາ ເອັນທາຣາ ຫົວໜ້າຫ້ອງການທະນາຄານໂລກປະຈຳລາວ, ມີຫົວໜ້າກົມ-ຮອງກົມທີ່ກ່ຽວຂ້ອງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມກັບທີ່ ແລະ ທາງອອນລາຍ.
ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ສ້າງວຽກເຮັດໃຫ້ຊາວໜຸ່ມບ້ານດອນເດດ-ດອນຄອນ ເພີ່ມຂຶ້ນ

ບ້ານນາກະສັງ ດອນເດດ-ດອນຄອນ ຫຼືເອີ້ນວ່າ ເຂດມະຫານາທີສີທັນດອນ ເມືອງໂຂງ ແຂວງຈໍາປາສັກ ພາຍຫຼັງທີ່ໄດ້ນໍາໃຊ້ເສັ້ນທາງຄອນກຣີດ ໂດຍໄດ້ຮັບການຊ່ວຍເຫຼືອຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍການສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB) ເຫັນວ່າ: ໄດ້ຮັບການພັດທະນາຄັ້ງໃຫຍ່ ຫຼັງຈາກໄດ້ຮັບການຊ່ວຍເຫຼືອຈາກໂຄງການດັ່ງກ່າວ ເຮັດໃຫ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຫຼາຍຂຶ້ນ ປະຊາຊົນມີຄວາມສະດວກສະບາຍໃນການປະກອບອາຊີບ, ການຂີ່ລົດຖີບອ້ອມຮອບເຂດດອນເດດ-ດອນຄອນ ແມ່ນງ່າຍ ແລະ ປອດໄພກວ່າແຕ່ກ່ອນຫຼາຍ ຊຶ່ງໄດ້ກາຍເປັນໃບໜ້າໃໝ່ທີ່ໂດດເດັ່ນຂອງບ້ານ ແລະ ເປັນຈຸດດຶງດູດເອົາແຂກຢາກມາທ່ຽວ ເຂດມະຫານາທີສີທັນດອນ ເພີ່ມຂຶ້ນ.
ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ສວນສຸກອາພອນ ແຄມປິ້ງ ຫ້ວຍສະໝອງ ກຽມເປີດຮັບນັກທ່ອງທ່ຽວຕົ້ນປີ 2027

ແຂວງອັດຕະປື ມີທ່າແຮງດ້ານການທ່ອງທ່ຽວທາງທຳມະຊາດ ດ້ວຍຄວາມອຸດົມສົມບູນຂອງປ່າໄມ້, ສາຍນ້ຳ ແລະ ອາກາດທີ່ສົດຊື່ນ. ປັດຈຸບັນ ສວນສຸກອາພອນ ແຄມປິ້ງ ຕັ້ງຢູ່ບໍລິເວນຫ້ວຍສະໝອງ ເມືອງສະໜາມໄຊ ກຳລັງກະກຽມປັບປຸງ ແລະ ພັດທະນາສະຖານທີ່ ເພື່ອເປີດໃຫ້ບໍລິການປະຊາຊົນ ແລະ ນັກທ່ອງທ່ຽວໃນຕົ້ນປີ 2027.
ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ADB ປະກອບສ່ວນພັດທະນາສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນຄອນ

ທ່ານ ໂຢ ບຸດຕິວົງ ຫົວ ໜ້າສະມາຄົມບໍລິການຊຸມຊົນລົດນໍາທ່ຽວ ດອນເດດ-ດອນ ຄອນ ເມືອງໂຂງ ແຂວງຈໍາປາສັກ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສື ພິມປະຊາຊົນ ວ່າ: ໃນນາມຕາງໜ້າໃຫ້ຊຸມຊົນ ເຫັນດີວ່າການບໍລິການ ການທ່ອງທ່ຽວຂອງ ບ້ານດອນເດດ ຊຶ່ງໄດ້ເລີ່ມເປີດ ບໍລິການມາໄດ້ 10 ກວ່າປີ ເຫັນໄດ້ວ່າການນໍາທ່ຽວມີບາດ ກ້າວ ທີ່ແຂງແຮງຂຶ້ນ ພາຍຫຼັງໄດ້ ມີເສັ້ນທາງຄອນກຣີດ ຊຶ່ງຕ່າງ ຈາກເມື່ອກ່ອນຫຼາຍ. ເສັ້ນທາງ ໃນຕອນນັ້ນ ເປັນທາງດິນ ແດງ ເປັນຂຸມ ເປັນຄື້ນ ລໍາບາກໃນ ການສັນຈອນ ເຮັດໃຫ້ນັກທ່ອງ ທ່ຽວ ທີ່ເປັນຊາວຕ່າງປະເທດ ສ່ວນຫຼາຍທີ່ນິຍົມ ຂີ່ລົດຖີບທ່ຽວຊົມ ຫຼືລົດນ້ອຍອື່ນໆກໍພົບ ຄວາມລໍາບາກຫຼາຍ ໂດຍສະ ເພາະແມ່ນໃນລະດູຝົນ.
ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ສວນບໍລະເວນ ຕົ້ນແບບທ່ອງທ່ຽວອະນຸລັກ ທຳມະຊາດ ແລະ ພັດທະນາຊຸມຊົນ ໃຫ້ເຕີບໃຫຍ່ໄປພ້ອມກັນ

ການທ່ອງທ່ຽວຖືເປັນເສົາຄ້ຳເສດຖະກິດທີ່ສຳຄັນໃນການສ້າງລາຍຮັບ, ແລກປ່ຽນເງິນຕາຕ່າງປະເທດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ການທ່ອງທ່ຽວແມ່ນກໍາລັງຂັບເຄື່ອນຫຼັກທີ່ຊ່ວຍຟື້ນຟູເສດຖະກິດມະຫາພາກ ແລະ ເປັນການໝູນໃຊ້ຊັບພະຍາກອນທຳມະຊາດ ໃຫ້ເປັນປະໂຫຍດ ແລະ ມີຄວາມຍືນຍົງ. ໂດຍສະເພາະ ທຳມະຊາດ, ແຫຼ່ງນ້ຳ, ປ່າໄມ້ ແລະ ວິຖີຊີ ວິດຂອງຊຸມຊົນ ກຳລັງກາຍເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວ. “ການທ່ອງທ່ຽວແບບຍືນຍົງ” ເປັນປັດໄຈສໍາຄັນໃນການສ້າງລາຍຮັບໃຫ້ປະຊາຊົນ ແລະ ຊຸມຊົນ, ພ້ອມກັບຮັກສາປ່າໄມ້, ແຫຼ່ງນ້ຳ, ສັດປ່າ ແລະ ວັດທະນະທຳ ໃຫ້ຍືນຍົງ.
ເພີ່ມເຕີມ